Chapter 19: Chao Vang Hna seized Kalasin
Chao VangHna(Hatsavong) with Phagna Lakhon(Nakhonphanom) made the rendezvous with Chao Hatsabouth of Meuang Champasak at Ban Sompoy by the Moon river. After organizing the defense
force in the area he then departed for Kalasin with his troops. He was received at the podium upon his arrival by the people and officials there. After he dismounted from the elaphant he asked for audience from Phagna Kalasin and the tattooing
team officials. The atmosphere was hostile so the officials was trembling with fear. “What business brought you here ?” he asked the tattooing team. “We fearfully followed the order of the King of Bangkok to tattoo and to demarcate the area, whether it's right or wrong would be at the mercy of your highness,” they replied. “Make yourselves comfortable, if it's not enough for you to tattoo you can go to Viangchanh for some more tattooing,” he said, “it's why I hurried here so that I won't miss getting tattooed myself.” The officials were dead silence. Go back to your resting place, have lunch and dinner then finish your tattooing job, he added. The officials were dismissed. Sensing dead was imminent, they stopped by the temple and get the blessing from the monk. As for Phagna Kalasin, he was fearful and silent. The whole Kalasin was quiet, no one wandering about. The town was full of patrolling police. The town was sealed off. No one can get in or get out. At sunset, the order was issued to capture all of the tattooing team. The sound of gun fire and the shouting, the crying broke out throughout the city as the police were on the search and destroy mission. Phagna Kalasin was beheaded and had his
head impaled on the stick. The rest of his family was exterminated and his compound demolished. The officials of his administration was executed with only one person managed to escape. Dead loom throughout the city until the morning. All of the tattooing team was captured to await their fate.

ຕອນທີ ໑໙ : ເຈົ້າວັງໜ້າວຽງຈັນເຂົ້າຍຶດກາລະສິນ
ແຕ່ນັ້ນ ວັງໜ້າເຈົ້າ ຢັ້ງຂມ່ອມວຽງຈັນ
ເຂົກໍ ຖືພົນແພນ ຫຼັ່ງມາປານນຳ້
ເມືອງລະຄອນພ້ອມ ຕາມອົງສເດັດດ່ວນ
ອວນໄພ່ຂ້າ ຕາມເຈົ້າຊ່ອຍແຮງ
ເປັນອົງເຕັງ ເຂົ້າຢຽບກາລະສິນ ຫັ້ນແລ້ວ
ກຳ້ປີກຊ້າຍ ເຈົ້າແຫ່ງຈຳປາ
ທັງຫົວເມືອງ ຊູ່ພຍາມວນພ້ອມ
ເຈົ້າກໍ ຍົກທັບຍ້າຍ ເຂັນເຄື່ອນຂນັນພົນ
ເລວພລັນໄປ ບໍ່ນານການຮ້ອນ
ກໍຈຶ່ງ ໄປຈອດຢັ້ງ ສົ້ມປ່ອຍແຄມມູນ
ຫົວເມືອງປັດ ຂອດໄປໂຮມຫັ້ນ
ວຽງກໍຕັ້ງ ຣະວັງແວດພົນແພນ
ຢາຍໂຍທາ ຢູ່ຕັນທັບຫັ້ນ
ແຕ່ນັ້ນ ວັງໜ້າເຈົ້າ ຕົນອາດອົງກະສັດ
ຍໍພົນຫຼວງ ດ່ວນໄປມີຊ້າ
ໃຍ່ໆຜ້າຍ ກາຍເຂດອະຣັນຍາ
ໂຍທາໄຫຼ ຫຼັ່ງຕາມພະອົງເຈົ້າ
ພົນຫຼວງເຂົ້າ ຄີຣີບົດມືດ
ເໝືອນດັ່ງ ເໝືອຍໝອກກຸ້ມ ປາຍໄມ້ບໍ່ວາຍ ແທ້ແລ້ວ
ຫຼາຍວັນໄດ້ ຫຼາຍຄືນລັດເລັ່ງ
ກໍຈຶ່ງ ເຖິງແຫ່ງຫ້ອງ ເມືອງແທ້ທີ່ກະສັນ
ແຕ່ນັ້ນ ຊາວເມືອງຟ້າວ ປຸກສານກວ້ານຈອດ
ຮັບອາດເຈົ້າ ທັງຢ້ານສັ່ນສາຍ
ຄ້ອມວ່າ ເຈົ້າຮອດແລ້ວ ຊັກແທບຮຽງເກີຍ
ເລີຍເລົ່າ ຜາຍຕົນລົງ ຈາກພາຍສານຊ້າງ
ເຈົ້າກໍ ເນົາສຖິດຫ້ອງ ຫໍໄຊກວ້ານຈອດ
ພົນພວກລ້ອມ ຫຼາຍຖ້ານແວດຣະວັງ
ແຕ່ນັ້ນ ກອງສັກເຈົ້າ ເຫັນລາຍດູຕ່າງ
ເຂົາກໍ ເຫງົາຫງ່ວມເສົ້າ ຍິນຢ້ານບໍ່ຕີງ
ແລ້ວເລົ່າ ມາເຝົ້າເຈົ້າ ຢັ້ງຂມ່ອມວຽງຈັນ
ແຕ່ນັ້ນ ພະບາດເຈົ້າ ຖາມຜ້ຽນຊູ່ອັນ ຫັ້ນແລ້ວ
ສູກໍ ມາທີ່ນີ້ ດ້ວຍເຫດປະການໃດ ນັ້ນເດ
ພອຍເລົ່າ ມາທຳເຂັນ ຊູ່ປີບໍ່ມີມົ້ວ
ແຕ່ນັ້ນ ກອງສັກເຈົ້າ ຂານຄຳພູວະນາດ
ຂ້າພະບາດ ມາທີ່ນີ້ ກົວເຈົ້າຢູ່ຫົວ ພະເຮີຍ
ເຫດວ່າ ອົງຫຼວງເຈົ້າ ປົງປະທານຮັບສັ່ງ
ບອກໃຫ້ ສັກເລກໄວ້ ຫມາຍເສັ້ນຊູ່ເມືອງ ວ່ານາ
ກໍຈຶ່ງ ໂດຍຄຳເຈົ້າ ເໜືອຫົວຮັບສັ່ງ ຈິງແລ້ວ
ແມ່ນວ່າ ຜິດຊອບແທ້ ຂໍລ້ຽງຂມ່ອມສັນ ພະເຮີຍ
ແຕ່ນັ້ນ ອົງອາດເຈົ້າ ໄຂພະໂອດຄຳເຄືອງ
ສູຈົ່ງ ຢູ່ສະບາຍສຸກ ຊູ່ເມືອງຢ່າຮ້ອນ
ຄັນວ່າ ບໍ່ພໍໃຈແທ້ ວຽງຈັນກໍສັກອີກ ເອົາທ້ອນ
ມັນຫາກ ແມ່ນບາດແລ້ວ ຢ່າຮ້ອນຮ່ອມໃດ ທ່ານເອີຍ
ໃຫ້ສູ ເມືອກິນເຂົ້າ ແລງງາຍໃຫ້ມັນອີ່ມ ເສັຽທ້ອນ
ແລ້ວຈຶ່ງ ສັກໃຫ້ຖ້ວນ ມັນແລ້ວລຳ່ບວນ ທ່ານເອີຍ
ເຮົາກໍ ມາດ່ວນຟ້າວ ຢ້ານແຕ່ບໍ່ທັນສັກ ນີ້ແລ້ວ
ບັດນີ້ ພອຍເລົ່າມາທັນເຫັນ ແມ່ນໃຈຈິງແທ້
ແຕ່ນັ້ນ ກອງສັກເຈົ້າ ຟັງກອນດູຕ່າງ
ແລ້ວເລົ່າ ລາເລີກເຈົ້າ ໜີແທ້ບໍ່ນານ
ຮອດໝູ່ແລ້ວ ສງັດຢູ່ປານຕາຍ
ເຂົາກໍ ເອົາຂອງໄປ ແຈກທານພະສົງເຈົ້າ
ເຂົາກໍ ວອນວານໄຫວ້ ບຸນຄຸນຍູ້ສົ່ງ
ຂໍໃຫ້ ຫວິດປ່ອຍພົ້ນ ປາງນີ້ຈາກໂພຍ ແດ່ເທີ້ນ
ແຕ່ນັ້ນ ສັງຄະເຈົ້າ ຕົນສລາດຄອງທັມ
ເຈົ້າກໍ ແຖມພອນເຖິງ ຢາດລົງນຳນຳ້
ເຂົກໍ ລາສັງຄະເຈົ້າ ຄືນມາຫາບ່ອນ
ນັ່ງກົ້ມໜ້າ ຄະນິງຢ້ານແຕ່ຕາຍ ຫັ້ນແລ້ວ
ພ້ອມທັງ ຣາຊາເຈົ້າ ເມືອງກາລະສິນສເມີພາບ ກັນແລ້ວ
ຄຶດແຕ່ ປາງກ່ອນພຸ້ນ ຫຼາຍຂໍ້ສັ່ນສາຍ
ເຈົ້າກໍ ຄຶດຄັ່ງແຄ້ນ ຂນັນຢູ່ໃນມະໂນ
ຄືດັ່ງ ກືນກິນຂວານ ປ່ອນລົງທັງດ້າມ
ເສນາພ້ອມ ທັງເມືອງສງັດຢູ່
ເຫັນແຕ່ ຕຳຣວດເຈົ້າ ເຫຼືອລົ້ນທົ່ວເມືອງ
ເຖິງເມື່ອ ເພລາລຳ້ ສຸຣິຍາລົງຂອບ
ມົວມືດເສົ້າ ແລງແລ້ວຄຳ່ຈວນ
ພະບາດເຈົ້າ ເຕືອນບ່າວໂຍທາ
ສູຈົ່ງ ແວນພລັນໄປ ແວດວຽງຢ່າຊ້າ
ກັບທັງ ກອງສັກເຈົ້າ ກຸມເອົາຢ່າໄດ້ປ່ອຍ
ແລ້ວຈຶ່ງ ຟັນມອດມ້ຽນ ເສັຽແທ້ຊູ່ນາຍ ຫັ້ນເທີ້ນ
ແລ້ວຈຶ່ງ ປັດຄົວຂຶ້ນ ວຽງຈັນເຂາະຂອດ
ຢ່າໃຫ້ຄ້າງ ໃຜແທ້ທໍ່ໃຍ
ແຕ່ນັ້ນ ພົນຫຼວງເຈົ້າ ດາດີຕົກແຕ່ງ
ໄປແວດລ້ອມ ເມືອງບ້ານຊູ່ພາຍ
ແລ້ວເລົ່າ ເລີຍໂຫ່ຮ້ອງ ບິງປືນສຽງສນັ່ນ
ຄົນແຕກຟົ້ງ ສຽງໃຫ້ທົ່ວເມືອງ
ເລຍເລົ່າ ອຸຂລຸກກົ້ວ ທັງເມືອງເຟືອນຟັ່ງ
ຮ້ອງຮຳ່ໃຫ້ ສຽງໂອ້ໂອດຄາງ
ອັນວ່າ ຣາຊາເຈົ້າ ໂຕນໂຮງກົ້ນທັ່ງ
ເຂົາກໍ ຈັບຜູກໄດ້ ເອົາສ້ຽງບໍ່ຫຼໍ ແທ້ແລ້ວ
ເຂົາກໍ ຟັນແທງມ້າງ ໂຮງເຮືອນທະລາຍແປ່ ເສັຽນັ້ນ
ເຂົາຮົບຮື້ ເອົາແທ້ສິ່ງຂອງ
ເຂົາກໍ ວອນໆໃຫ້ ຫາລູກທັງເມັຽ
ກາງຄືນພັດ ພາກກັນໂຕນເຕັ້ນ
ຝູງໝູ່ ສາວສຳ່ນ້ອຍ ນົມຕຸ່ມເຕັມງາມ
ໂທເຮພັດ ພາກກັນໂຕນເຕັ້ນ
ແລ້ວເລົ່າ ຊົດໆໃຫ້ ເອີ້ນຮຽກງົມຫາ
ກໍບໍ່ ເຫັນສາຍຄໍ ທີ່ໃດຈິງແທ້
ເຫັນແຕ່ ເສິກສວ່ານເຕັ້ນ ເຕັມທີ່ກາງເມືອງ
ບໍ່ອາດ ໜີທາງໄກ ໝູ່ຄົນຣະວັງແວດ
ແຕ່ນັ້ນ ເຕັມເມືອງເອົ້າ ກາງຄືນເທົ້າຮຸ່ງ
ວັນໜ້າເຊົ້າ ມາແລ້ວເລີກພົນ
ເຂົາກໍ ຟັນມອດມ້ຽນ ພຍາເມືອງຫົວສຽບ ເສັຽນັ້ນ
ກັບທັງ ຝູງສຳ່ເຊື້ອ ສເມີພ້ຽງດັ່ງກັນ ແທ້ແລ້ວ
ທໍ່ວ່າ ຍັງປ່ອຍແທ້ ເສັຽແຕ່ຄົນດຽວ
ເຫດວ່າ ເອາກາງຄືນ ບໍ່ທັນຈຳໜ້າ
ແລ້ວຈຶ່ງ ປັດຄົວຂຶ້ນ ວຽງຈັນເຂາະຂອດ
ສູຢ່າຊ້າ ດາຫ້າງແຕ່ງຄົວ ທຽວເທີ້ນ
No comments:
Post a Comment