Translate

ຄໍານໍາ



ຄໍານໍາ:
ຫນັງສືນີ້ມາຈາກຫນັງສືຜູກໃບລານມີທັງຫມົດ ໙໙ ໃບລານ ໑໙໘ ຫນ່້າບໍ່ປະກົດຊື່ຜູ້ແຕ່ງ. ເປັນຫນັງສື
ບອກເລົ່າເຫດການບ້ານເມືອງຈາກຜູ້ປະສົບພົບພໍ້ໃນຍຸກສະໄຫມນັ້ນເພື່ອຄວາມຊົງຈຳໃຫ້ແກ່ອະນຸຊົນຮຸ່ນຫຼັງ
ໄດ້ຮັບຮູ້ເຖິງຊາຕາກໍາທີ່ຂົມຂື່ນໃນອະດີດ. ຖືກເຂົາຂ້າເຂົາຕີໃສ່ຂື່ໃສ່ຄາຍາດຊິງຊັບສິນຂົ່ມຂືນເຫຼືອຕາຍ
ກໍໄປເປັນຂ້ອຍຂ້າ ຖືກໄທຕີຈົນຫຼັງລາຍມີແຕ່ແຄນຫນ່ວຍດຽວທ່ຽວຂໍທານເຂົາກິນ ປິ້ງຕັບໄກ່ໃຫ້ໄທຍມັນກິນ
ໄທຍກິນແລ້ວເສຍແນວເຂົ້າປູກມາຢູ່ບາງກອກທຸກຍາກແສນສາຫັດຄອຍຖ້າແຕ່ເຈົ້າວຽງຈັນຊິມາພາ ເມືອບ້ານເມືອເມືອງເກົ່າຫຼັງ.  ໃຫ້ເລິກເຊິ່ງແທ້ເລຶ່ອງນີ້ຕ້ອງອ່ານຈາກພື້ນທ້າວເຫລົາຄຳ ພື້ນເຈົ້າ
ລາດຊະວົງ. ພວກຂ້ອຍຂ້າລາວໃນສະຫຍາມຈຶ່ງມັກເອີ້ນຫາວ່າບ້າງເຈົ້າບາງບາງລາດຊະວົງ ລາດຊະວົງເປັນເຈົ້າວຽງຈັນເສົ້າເຊົາເດີຢ່າຟ້າວວ່າ ມັນຊິໂປ້ບາດຫຼ້າຫມາກແຕງຊ້າງຫນ່ວຍປາຍ ຊຶ່ງແມ່ນການສ້າງຄວາມຫວັງທີ່ຈະໄດ້ຮັບການປົດປ່ອຍຈາກຄວາມເປັນຂ້ອຍທາດຂອງຊາດອື່ນເຂົາ ໃນພື້ນວຽງສະບັບນີ້ບໍ່ໄດ້ເວົ້າເລຶ່ອງເຈົ້າລາດຊະວົງຫຼາຍ ສ່ວນໃຫຍ່ແມ່ນເວົ້າເຖິງເຫດການທົ່ວໄປ ແຕ່ກໍ່ໄດ້ກ່າວເຖິງເຈົ້າລາດຊະວົງຫນີໄປເພິ່ງເມືອງພູຊຸນຊຶ່ງຫມາຍເຖິງອັນນາມຫຼືຫວຽດນາມ ຫລັງຈາກໄທສະຫຍາມເຜົາວຽງຈັນ
D  ໃນບົດນີ້ ມີການແປແລະຕີຄວາມຫມາຍກາບອອກເປັນພາສາອັງກິດ ໂດຍເລິ່ມຕົ້ນຈາກ ອາຈານ ລາວຄໍາຫອມ ນັກປະຫວັດສາດທ່ານຫນຶ່ງທີ່ຂ້າພະເຈົ້ານັບຖືທີ່ສຸດD  ຂໍຂອບໃຈມາຍັງ ອາຈານ ລາວຄໍາຫອມ ທີ່ໄດ້ແກະພິມບົດກາບພື້ນວຽງ ເປັນສະບັບອອນລາຍເພື່ອການ ເຜີຍແຜ່ອອກກວ້າງຕໍ່ສັງຄົມD  ແລະເພື່ອເປັນການສົ່ງເສີມວັນນະກັມ ລາວບູຮານ ຂ້າພະເຈົ້າຈຶ່ງໄດ້ຮັບ ອະນຸຍາດ ຈາກອາຈານໃຫ້ເພິ່ມການແປF ດັດແກ້ ພາກສ່ວນທີ່ເປັນພາສາອັງກິດ ແລ້ວສ້າງເປັນ ບລອກເກັບ ກໍາຂໍ້ມູນນີ້ໄວ້ໃຫ້ແກ່ອະນຸຊົນຮຸ່ນຫລັງ ໄດ້ອ່ານໄດ້ຊົມຜົນງານນັກປາດອາຈານ ສະໄຫມບູຮານ ແລະຈຸດປະສົງຫຼັກໆກໍ່ເພື່ອ ຮັກສາ ວັນນະຄະດີບູນຮານຂອງລາວເຮົາD

xlD 
  2006


No comments:

Post a Comment