Translate

ຕອນທີ 11: ພະຍາພົມພັກດີຮວມຫົວກັບນ້ອງຊາຍພະຍາໄກ ຈູດເມືອງພູຂັນ




Chapter 11:  Phagna Phomphakdy collaborated with the brother of Phagna Kay to burn Muang Phoukhan.
Phagna Kay of Muang Phoukhan who resisted and fought against Phagna Phomphakdi the procurement of  Kha slaves earlier had left Phagna Phomphakdy embittered.  With his newly gained power and with the offer of assistant by Phagna Kay's own brother he found the opportunity for a revenge.  Tricked the two brothers to wage war against  each other was his best idea.  Phomphakdi watched while the two brother fought and burned down of Muang Phoukhan.  This chapter described the pandemonium as the city was engulfed in flame.   Phomphakdy and his cahoots then looted the town, capturing elephants and  people.  Fearing no one, Phomphakdi then engaged in sexual escapade like  animal.  He also collected tax from women based on the condition of their breasts.  Those with firm breasts paid 5 salueng (1 bath and 1 saleung),  other than that paid 1 bath.
 


ຕອນທີ ໑໑: ພຍາພົມພັກດີຮວມຫົວກັບນ້ອງຊາຍພຍາໄກ ຈູດເມືອງພູຂັນ
ບັດນີ້ ຈັກກ່າວເຖິງພຍາພົມເຈົ້າ       ຄອງເມືອງຄອນຣາຊ ກ່ອນແລ້ວ
ສອງຂວບເຂົ້າ                    ປີແທ້ທ່ຽງຈິງ
ມັນກໍ ຍັງຄຶດຄັ່ງແຄ້ນ               ບໍ່ໄດ້ນັ່ງປາສັກ
ມັນກໍ ປອງທຳເວນ                ມຸ່ນວາຍເມືອງບ້ານ
ມັນກໍ ຕິຍົກຍ້າຍ                  ອອກຈາກເມືອງຕົນ
ມັນກໍ ແປງກົນຕົວະ                ຊູ່ເມືອງຈິງແທ້
ວ່າຈັກ ໄປກໍ່ສ້າງ                  ບ້ານດ່ານເມືອງປັຈຈິມ ກ່ອນແລ້ວ
ເຫດວ່າ ເປັນຫົນທາງ              ແຫ່ງຂເມນທຽວໃກ້
ມັນກໍ ປັດມາພ້ອມ                 ຫົວເມືອງທັງສີ່
ມັນກໍ ຕັ້ງຫນ່ວຍຄ້າຍ              ຈຳໃກ້ເຂດພະໄກ ຫັ້ນແລ້ວ
ສາມຫນ່ວຍລ້ວນ                  ໄມ້ແກ່ນທັງມວນ
ຝູງຊາວລາວ                     ປ່ວຍວາຍຕາຍຍ້ອນ
ແຕ່ນັ້ນ ພຍາໄກເຈົ້າ               ພູຂັນຂເມນດ່ານ
ສອງພີ່ນ້ອງ                      ໃຈລ້ຽວແກ່ກັນ
ອັນວ່າ ທ້າວກິ່ງຫຼ້າ                ເກີດຮ່ວມອຸທອນ
ພາຍລຸນເລີຍ                     ເກີດປັນໃຈລ້ຽວ
ບາກໍ ປອງຂ້າອ້າຍ                ຫມາຍທີ່ແທນເມືອງ
ບາກໍ ເຫັນພຍາພົມ                ເຊື່ອງກົນຫຼາຍຂໍ້
ບາກໍ ຊັບຊິບເວົ້າ                  ຈາຕໍ່ພຍາພົມ
ຂ້າຈັກ ຂໍຄົນດອມ                 ຊ່ອຍມືເຜືອຂ້ອຍ
ຂໍໃຫ້ ເຈົ້າຊ່ອຍຂ້ອຍ               ສົມດັ່ງຄຳຄຶດ ກ່ອນທ້ອນ
ຂ້ອຍຈັກ ຖວາຍທັງເມືອງ           ໄພ່ພົນທັງຊ້າງ
ຄຽດທີ່ ອ້າຍຂົ່ມແພ້                ໂລບລ່າຍຄຳສັຈ ດັ່ງນັ້ນ
ຂ້ອຍຈັກ ຂືນມືມັນ                 ຈູດເມືອງຈິງແທ້
ແຕ່ນັ້ນ ພຍາພົມເຈົ້າ               ຄະນິງດູຍັງເຫັນຄຽດ
ແຕ່ປາງກ່ອນພຸ້ນ                  ຕີຂ້າບໍ່ລືມ ແທ້ແລ້ວ
ອັນວ່າ ພຍາໄກນີ້                 ໃຈແຂງຂັດວາດ ຈິງແລ້ວ
ມັນກໍ ສັບສັ່ນຊ້າງ                 ຫນີແທ້ຈາກກູ
ບັດນີ້ ຄວນທີ່ກູຄຶດແກ້ແຄ້ນ          ມັນແທ້ສວ່າງໃຈ
ເຈົ້າກໍ ອາຍັດໃຫ້                  ເຂົານັ້ນຊູ່ຄົນ
ສູຈົ່ງ ໄປຈູດມ້າງ                  ເມືອງແຫ່ງພຍາໄກດເສັຽ ທຽວເທີ້ນ
ຢ່າໃຫ້ ກາຍກາງຄືນ               ເລັ່ງເລວຢ່າຊ້າ
ຄ້ອມວ່າແລ້ວ                    ເຂົາເລົ່າເລີຍໄປ
ໄຟຕຳເມືອງ                     ມຸ່ນທລາຍບໍ່ມີຊ້າ
ແຕ່ນັ້ນ ພຍາໄກເຈົ້າ               ສະດຸ້ງຕື່ນເຕັມແຮງ
ເຫັນແຕ່ ໄຟເຕັມເມືອງ       ແລ່ນລົງທັງຟ້າວ
ເຂົາກໍ ຄວາເອົາໄດ້                ຄົນຫານຮ້ອຍຫນຶ່ງ
ປົບແລ່ນເຕັ້ນ                     ຫນີແທ້ດ່ວນພລັນ ຫັ້ນແລ້ວ
ໄຟລຸກກຸ້ມ                       ເທົ້າທົ່ວທັງເມືອງ
ແຊວໆສຽງໄຫ້                    ຄົນນັນຊີຊວ່າ
ເຂົາກໍ ປົບແລ່ນເຕັ້ນ               ໄປແທ້ແຕ່ຕົວ
ເຫດວ່າ ນອນກາງຄືນ              ຄີ່ເປືອຍແປນເນື້ອ
ກໍບໍ່ ທັນນຸ່ງຜ້າ             ອາພອນປະເປົ່າ
ອັນວ່າ ຂອງເກົ່າເຈົ້າ               ບໍ່ມີໄດ້ອ່າວເຖິງ ແທ້ແລ້ວ
ຝູງຫມູ່ ຊາວຂເມນພ້ອມ            ລາວເດີມທັງສ່ວຍ
ອູ້ມລູກໄດ້                       ໂຕນເຕັ້ນຜ່າໄຟ
ສຽງຂເມນເອົ້າ                    ຄືດິນດັງສນັ່ນ
ຮ້ອງໄຫ້ ຫາລູກເຕົ້າ               ສຽງກົ້ວກ່ອມກັນ
ໄຟໄຫມ້ກຸ້ມ                      ຄືຈູດລັງກາ
ພຶງຄະນາລຸກ                     ຮຸ່ງເຮືອງຄຸງຟ້າ
ຄົວແຕກເຕັ້ນ                     ງົມໄປເຕັມປ່າ
ສາວພັດຊູ້                       ຕາຍເຟື້ອງຖ່ອງຄີງ
ລາງພ່ອງ ພັດລູກເຕົ້າ              ປົບແລ່ນພໍໂຕ
ຜົວເມັຽພັດ                      ພາກກັນຟາງເຕັ້ນ
ລາງພ່ອງ ຄວາເອົາໄດ້             ຜ້າຂາດກະບຸງຫຼາ
ຄອງວ່າ ຂອງດີໂຕ                ແລ່ນໄປທາງຟ້າວ
ຝູງບ່າວ ຈັບແຂນຊູ້                ລົງເຮືອນຟ້າວຟັ່ງ
ສິ້ນບໍ່ຜ້າ                        ດາຍດູ້ແຕ່ຕົວ ແທ້ແລ້ວ
ໃຜບໍ່ ຄົນຄວ່າແທ້                 ຂອງໃຜກໍຕາມຊ່າງ ຫັ້ນທ້ອນ
ໃຈຫາກ ຕົກຂມ່າແລ້ວ       ເຫັນໄດ້ກໍບໍ່ສົນ ແທ້ແລ້ວ
ຝູງຫມູ່ ເຖົ້າແກ່ຮ້າຍ               ຕາຍຢູ່ຄາເຮືອນ
ໄຟລາມລຸກ                      ແລ່ນຫນີບໍ່ມີໄດ້
ແຕ່ນັ້ນ ພຍາໄກເຈົ້າ               ພູຂັນດັ້ນດຸ່ງ ໄປແລ້ວ
ເອົາບ່າວແກ້ວ                    ຕົນໄດ້ດ່ວນຫນີ
ເຈົ້າຈຶ່ງ ໄປເຖິງຫ້ອງ               ເມືອງຊື່ນາງລອງ
ເຈົ້າກໍ ຂໍອາໄສ                   ເພິ່ງດອມເມືອງນັ້ນ
ອັນວ່າ ພູຂັນນັ້ນ                  ອໍຣະທານເຂາະຂອດ ເສັຽນັ້ນ
ຄົນແລະຊ້າງ                     ເຂົານັ້ນກວາດເອົາ ສ້ຽງແລ້ວ
ເຂົາກໍ ເອົາໄປຖວາຍໃຫ້            ພຍາພົມປັດຂອດ
ສາມຫນ່ວຍຄ້າຍ                  ເຕັມແທ້ດັ່ງດຽວ
ມັນກໍ ຈຳລາວໃຫ້                 ສານພວງພັນແຢ່ງ
ໃຫ້ຄູ່ຊ້າງ                       ພະໄກນັ້ນຊູ່ຕົວ ຫັ້ນແລ້ວ
ເຈົ້າກໍ ສົມເສບຊູ້                  ສາວຫມູ່ໄທຄົວ
ເຫມືອນດັ່ງ                      ເດັຽຣະສານສັດ ບໍ່ກົວສັງແທ້
ມັນກໍ ທຳລົບລ້ຽວ                 ຫຼາຍສິ່ງນາໆ
ຜິເອົາ ເຂົາຄົນຕາຍ                ຂົ່ມເຫັງຈິງແທ້
ຍິງໃດ ນົມຍານນັ້ນ                ຈຳເສັຽພໍບາດ
ຍິງໃດ ນົມເຄັ່ງນັ້ນ                 ເສັຽແທ້ຫ້າສລຶງ ຫັ້ນແລ້ວ
ຍາມເມື່ອ ການເມືອງຮ້ອນ           ລູກອ່ອນບໍ່ທັນກິນ
ມັນຈັກ ເນີນນານເສັຽ               ຫ່າງການເມືອຫນ້າ
ອັນນີ້ ຈາແຕ່ນ້ອຍ                 ຫວນເຫດພໍງາມ ເຈົ້າເອີຍ
ຄັນວ່າ ຈາໄປຫມົດ                ຫນ່າຍສະອາງບໍ່ຄວນເວົ້າ

No comments:

Post a Comment