Translate

ຕອນທີ 7: ເຈົ້າອະນຸລົງໄປຜາບເຈົ້າຫົວສາເກດໂງ້ງ



Chapter 7:  Chao Anou subdued the rebellious Sakhiatngong

Chao Anou after had learned of Muang Pasak revolk, he journeyed down the mekong from Viangchanh to reach Muang Pasak where he found it completely gone, burned.   His men located one Kha where he interrogated of whereabout Saketngong.  The Kha then led his troop to Phou Gnapou (the mountain of crab-grass) where Saketngong was hiding.   Since there was no route to reach Saketngong and was shot at whenever the troop approached.   Chao Anou ordered the Sharman to put spell on them to make them to fall to sleep; thereafter,  they all were all tied up.  Saketngong was then interrogated and got his feet branded with hot iron for fear that he would escape due to his black magical capability.   Saketngong, however, implicated Phagna Phompakdi for his misdeed;  therefore Chao Anou summoned Phagna Phompakdi from Muang Khong to inquire about his knowledge.  Phagna Phompakdi denied any knowledge of Saketngong business and proposed that Saketngong be sent to Bangkok for further interrogation.  The Chakri or Rama III of Bangkok, however, turned his blind eyes and done nothing to resolve the issue.

ຕອນທີ ໗: ເຈົ້າອະນຸລົງໄປຜາບເຈົ້າຫົວສາເກດໂງ້ງ

ບັດນີ້ ຈັກກ່າວເຖິງຜູ້ຜ່ານພຶ້່ນ         ຍັ້ງຂມ່ອມວຽງຈັນ ກ່ອນແລ້ວ
ເຈົ້າກ໋ ຖືພົນແພນ                 ລ່ອງລົງທາງນຳ້
ເລີຍເລົ່າ ເຖິງປາສັກແລ້ວ           ເຫັນເມືອງສູນເປົ່າ
ໄຟລາມໄຫມ້                     ຈົບສ້ຽງຊູ່ເຮືອນ ແທ້ແລ້ວ
ເຈົ້າກ໋ ພັກຈອດຢັ້ງ                ທັບທີ່ແຄມຂອງ
ເຂົາກ໋ ເອົາກັນແປງ                ບ່ອນພະອົງເປັນເຈົ້າ
ເຂົາກ໋ ປຸກສານກວ້າງ              ຫ໋ປັນຫຼັງໃຫຽ່
ຖວາຍແກ່ ຢັ້ງຂມ່ອມເຈົ້າ            ອົງລຳ້ເລີດຄົນ ແທ້ແລ້ວ
ພະຈຶ່ງ ຈຳບ່າວແກ້ວ               ໄປທ່ຽວຫາຄົນ
ຄັນຫາກ ເຫັນຕົວເຂົາ              ບອກມາຢ່າຊ້າ
ເຂົາກ໋ ໂດຍອາດເຈົ້າ               ຢັ້ງຂມ່ອມເຫນືອຫົວ
ເຂົາກ໋ ຢາຍກັນໄປ                 ຈອບມອງທາງຖ້າ
ເຂົາຈຶ່ງ ຈັບເອົາໄດ້                ຂ້າປ່າຄົນດຽວ
ເອົາມາຖວາຍ                    ແດ່ພະອົງເປັນເຈົ້າ
ເຈົ້າກ໋ ຕັດຖາມຂ້າ                 ເປັນຄວາມອັນມ່ວນ
ມຶງຜູ້ ຢູ່ຫມູ່ນີ້                    ຍັງຮູ້ເຫດການ ບໍ່ເດ
ອັນວ່າ ເສິກລູກນີ້                 ໃຜກໍ່ແປງມາ ນັ້ນເດ
ມຶງຈົ່ງ ຖວາຍຄຳຄວນ              ຢ່າອຳຈົງຕ້ານ
ຂ້າກ໋ ທູນແຈ່ມແຈ້ງ                ເຖິງເຫດອັນມີ
ຫາກແມ່ນ ເຈົ້າເກດໂງ້ງ            ພາຂ້າຈູດເມືອງ ພະເອີຍ
ມັນກ໋ ໄປຢູ່ລີ້                     ເຖິງຍອດປາຍພູ ທີ່ພຸ້ນ
ຍັງແຕ່ ເມັຽສາມຄົນ                ຢູ່ດອມຈິງແທ້
ແຕ່ນັ້ນ ອົງອາດເຈົ້າ               ເຫນືອຫົວຢັ້ງຂມ່ອມ
ພະກ໋ ແຈງເຫດແລ້ວ               ດາຫ້າງແຕ່ງພົນ
ພະກ໋ ຈຳໃຫ້ຂ້າ                  ພາອວນໄປກ່ອນ
ຄັນວ່າ ຮອດທີ່ມັນຢູ່ແລ້ວ            ຣະວັງອ້ອມຊູ່ພາຍ
ກ໋ບໍ່ ມີທາງຂຶ້ນ             ຫາມັນຈັກແຫ່ງ
ຄັນວ່າ ຫຍັບເຂົ້າໃກ້               ມັນນັ້ນເລົ່າຍິງ ນັ້ນແລ້ວ
ພະກ໋ ຈຳຫມໍໃຫ້                  ຫາກົນສາຕເພດ
ກິ້ງກ່ອມໃຫ້                ມັນນັ້ນຢາກນອນ ແທ້ແລ້ວ
ມັນກ໋ ອຶດນອນແທ້          ຫຼາຍວັນຜິວຫລ່າ
ເລີຍເລົ່າ ຫຼັບຜອກພົ້ນ ມີຮູ້ເມື່ອຕົນ ແທ້ແລ້ວ
ແຕ່ນັ້ນ ພົນຫານເຈົ້າ         ເຫນືອຫົວຢັ້ງຂມ່ອມ
ກ໋ຈຶ່ງ ເກາະກ່າຍໄມ້          ແປງຫ້າງຄາດສະເພາ
ກ໋ຈຶ່ງ ເຖິງສຖານຖຳ້        ປາຍພູມັນຢູ່ ພາຍພຸ້ນ
ຈັບຜູກໄດ້                 ເອົາແລ້ວຢ່ອນລົງ
ແຕ່ນັ້ນ ພະບາດເຈົ້າ         ອົງອາດເລີຍຖາມ
ມຶງນີ້ ເປັນຊີສົມ             ບຽດບຽນເມືອງບ້ານ
ແຕ່ກ່ອນກີ້                 ເປັນເຫດສັນໃດ
ມຶງຈຶ່ງ ທຳເວນກັມ          ລ່ວງຄອງທັມເຈົ້າ
ແຕ່ນັ້ນ ອ້າຍເກດໂງ້ງ        ມຫາເຖນອຸບາດ
ມັນກ໋ ບອກເຫດເຄົ້າ         ຖວາຍແຈ້ງແກ່ພະອົງ
ເດີມກ່ອນກີ້                ຂ້ານ້ອຍຢູ່ກິນດີ ພະເອີຍ
ມັນຫາກ ເປັນເຫດດອມພຍາພົມ ບອກຈຳຈິງແທ້
ມັນກ໋ ໃຫ້ຂ້ານ້ອຍເອົາຫມູ່ຂ້າ ກັບທັງບ່າວຂອງມັນ
ໄປທຳເສິກ                ຈູດເມືອງເສັຽສ້ຽງ
ມັນຈັກ ໃຫ້ຂ້ານ້ອຍນັ່ງສ້າງ    ແທນທີ່ບາສັກ ວ່າອັ້ນ
ມັນກ໋ ທຳກົນເປັນ           ນອກໃນຫຼາຍຂໍ້
ບັດທີ່ແທ້                  ຕັ້ງແມ່ນຕົນມັນ ແທ້ແລ້ວ
ເຫດວ່າ ເຫັນແກ່ໂລພາຫຼາຍ   ຫມູ່ເງິນຄຳຂ້າ
ພະກ໋ ແຈງເຫດແລ້ວ         ຊີກໃສ່ຄຸມມາ
ເຖິງຫ໋ປັນ                 ທີ່ພະອົງເຊົາຢັ້ງ
ເຈົ້າກ໋ ໃຫ້ເຜົາຮາງພ້າ ມາດາດຕີນເສັຽ
ເຜື່ອວ່າ ກົວອາຄົມ          ສາຕສິນມັນແທ້
ມັນກ໋ ທັນທຸກແທ້           ສາມປະການຫນັກຫນ່ວງ
ຊົດໆໃຫ້                  ຕີນຮ້ອນເປື່ອຍພອງ ແທ້ແລ້ວ
ອັນວ່າ ບາບນີ້ໃກ້           ບຸນຢູ່ແວນໄກ ເຈົ້າເອີຍ
ກ໋ຈຶ່ງ ເຫັນກັບຕາ           ບໍ່ທັນເຖິງເຖົ້າ ແທ້ນາ
ແຕ່ນັ້ນ ອົງກະສັດເຈົ້າ ພຍາເມືອງເລີຍອອກ
ມາເຝົ້າ ຢັ້ງຂມ່ອມເຈົ້າ ຖວາຍເສັ້ນເຫດການ ຫັ້ນແລ້ວ
ເຈົ້າກ໋ ບົວຣະບັດເຈົ້າ        ເຝົ້າບາທາຫັຖບາດ
ມາເພິ່ງເຈົ້າ                ບຸນກວ້າງຢູ່ດອມ ແດ່ທ້ອນ
ແຕ່ນັ້ນ ພະບາດເຈົ້າ         ຢັ້ງຂມ່ອມອົງກະສັດ
ເຈົ້າກ໋ ຜາຍພະອົງການ       ໃສ່ຫົວຄົນໃຊ້
ສູຈົ່ງ ລົງເຮືອແລ້ວ          ພາຍລ່ອງເມືອງໂຂງ ທຽວເທີ້ນ
ທັນເອົາ ຕົວພຍາພົມ         ຂຶ້ນມາຢ່າຊ້າ
ເຂົາກ໋ ໂດຍອາດເຈົ້າ         ລຸກແລ່ນມີນານ
ລົງເຮືອໄຫຼ                ລ່ອງລົງບໍ່ມີຢັ້ງ
ເລີຍລ່ວງເທົ້າ              ເຖິງທີ່ເມືອງໂຂງ
ເກາະເອົາ ຕົວພຍາພົມ       ຂຶ້ນມາບໍ່ມີຊ້າ
ມາຮອດແລ້ວ              ເຖິງທີ່ພູທອນ
ມັນກ໋ ປນົມກອນຖວາຍ       ຂາບລົງເລີຍເຝົ້າ
ແຕ່ນັ້ນ ອົງກະສັດເຈົ້າ ຕັດຖາມຖ້ວນຖີ່
ອັນວ່າ ເສິກລູກນີ້           ໃຜຕັ້ງກໍ່ແປງ ນີ້ເດ
ທ່ານກ໋ ຢູ່ເຂດນີ້            ຮູ້ເຫດສັນໃດ ບໍ່ເດ
ທ່ານຫາກ ຂໍອາສາ          ດ່ານທາງດີຮ້າຍ
ແຕ່ນັ້ນ ພຍາພົມຕ້ານ        ສົມສານບໍ່ຣູ້ເມື່ອ ຈິງແລ້ວ
ຂ່າວວ່າ ອ້າຍເກດໂງ້ງ ອວນຂ້າຈູດເມືອງ ວ່າດາຍ
ຜິດແມ່ນແທ້               ອັບໄພພູວະນາດ ຈິງເທີ້ນ
ຫູຮູ້ແທ້ ຕານັ້ນບໍ່ເຫັນ ເຈົ້າເອີຍ
ໃຜບໍ່ ປົວເອົາໄດ້            ເມືອງມັນກໍຕາມຊ່າງ ຫັ້ນທ້ອນ
ເຮົາຫາກ ເປັນຂ້າເຝົ້າ ອົງຫຼວງທຸກຫມູ່ ຈິງແລ້ວ
ໃຜຢ່າ ໄດ້ອວດອ້າງ         ບັນຍາກ້າວ່າດີ ຫັ້ນທ້ອນ
ນັບແຕ່ ເປັນຂ້າເຈົ້າ          ນັບຂວບປີເດືອນ ນີ້ແລ້ວ
ພອຍເລົ່າ ຍັງເປັນໄປ        ບໍ່ພໍເປັນຮ້າຍ
ແລ້ວຈຶ່ງ ຄຸມກັນເຂົ້າ         ລົງເມືອງບາງກອກ
ເກາະກ່າຍຟ້ອງ             ທູນເຈົ້າຈື່ຈຳ ພະເອີຍ
ແຕ່ນັ້ນ ອົງຫຼວງເຈົ້າ         ພູມີຢັ້ງຂມ່ອມ
ມີອາດໃຫ້                 ແປງສະແນນຫຼັງຕຸ່ມ
ເອົາໃສ່ ອ້າຍເກດໂງ້ງ        ຫາມເຂົ້າຮອດເຖິງ
ຕົນພຍາເຈົ້າ               ເມືອງປາສັກກັບບ່າວ
ຍົກຍ່າງຍ້າຍ               ໄປພ້ອມພຳ່ມວນ ຫັ້ນແລ້ວ
ຫຼາຍວັນໄດ້                ຫຼາຍຄືນລັດເລັ່ງ
ກ໋ຈຶ່ງເຖິງແຫ່ງຫ້ອງ          ກຸງແກ້ວຈອດເຊົາ
ແລ້ວຈຶ່ງ ຄຸມກັນເຂົ້າ         ໄປທູນຊ້ອງພະເນດ
ເລົ່າເຫດຂໍ້                ຖວາຍເຈົ້າຊູ່ອັນ
ແຕ່ນັ້ນ ອົງຫລວງເຈົ້າ ກຸງສີໄຂພະໂອດ
ອັນວ່າ ສອງເຫຼົ່ານີ້          ຄວນລ້ຽງຊູ່ຄົນ ທ່ຽງແລ້ວ
ທໍ່ວ່າ ຍັງຊົ່ວແທ້            ເຈົ້າແຫ່ງເມືອງປາສັກ ຈິງແລ້ວ
ແຕ່ວ່າ ເສິກຄຳດຽວ          ຈຶ່ງຫນີເມືອງບ້ານ
ທໍ່ວ່າ ພຍາພົມນີ້            ຄຸນມັນມີມາກ ຈິງແລ້ວ
ພໍ່ກ໋ ຊົມເຊື່ອແທ້            ສເມີດ້າມດັ່ງໃຈ ທ່ຽງແລ້ວ
ທໍ່ວ່າ ອ້າຍສານີ້            ພານຄອງນັກບວດ ເສັຽນັ້ນ
ໃຫ້ຊຸບລ້ຽງໄວ້              ມັນນັ້ນຊ່າງກັມ ຫັ້ນເທີ້ນ
ມັນນັ້ນ ຄົນບາບແທ້         ພຸທໂທປິຕຸຄາດ ຈິງແລ້ວ
ໃຜບໍ່ ຄວນຜູກຂ້າ           ຕີແທ້ບາບເວນ ທ່ານເອີຍ
ໃຫ້ມັນ ຢູ່ທີ່ນີ້              ຕາມຊາດກັມມັນ ຫັ້ນເທີ້ນ
ການເມືອງມີ               ບໍ່ຄວນເອົາໃຊ້
ມັນຈັກ ເປັນເດືອດຮ້ອນ       ບັງເກີດໂກລາຫົນ
ສີເມືອງສູນ                ບໍ່ເຮືອງດູເສົ້າ
ຕາມຄອງແທ້              ຂັບສົ່ງຫນີເມືອງ ຫັ້ນແທ້
ອັນນີ້ ຄົນອະທັມ            ຢ່າຊາສັງທ້ອນ

No comments:

Post a Comment