Translate

ຕອນທີ 12: ປະຊາຊົນຫນີຈາກການສັກເລກ ຂນວນສົງຄາມວຽງຈັນ ບາງກອກ




Chapter 12:  People fled tattooing
At the end of monsoon, the tattooing team left the town where they worked and regrouped in Kalasin. Wherever the tattooing took place, the residents as

well as the disgruntled officials fled, seeking refuge in other cities including Viangchanh.  Phagna Phomphakdy then head to Basac claiming he was ordered to bring his troop to Basac for Kha hunting.  The Basac ruler Chao Nyo was unable to stop Phagna Phompakdi so he immediately got on the boat, journeyed up the Mekong to Viangchanh to report to his father.   “They are just Thai, but keep troubling us, I will break their city, “ vowed the furious king.  During this time, there was a plague in Viangchanh where lot of people died. The lord of Basac had to stay in Viangchanh until it subsided.



ຕອນທີ ໑໒ : ປະຊາຊົນຫນີຈາກການສັກເລກ ຂນວນສົງຄາມວຽງຈັນ ບາງກອກ

ພໍເມື່ອ ເຫມິດເຂດແລ້ວ             ມົ້ມແຫ່ງຣະດູຝົນ
ຝູງໝູ່ ນາຍກອງສັກ               ອອກມາມີຊ້າ
ເຂົາກໍ ໄປຢູ່ຕັ້ງ                   ທັບທີ່ກາລະສິນ
ຈັດຫົວເມືອງ                     ເລັ່ງມາໂຮມຫັ້ນ
ແຕ່ນັ້ນ ເລີຍເລົ່າຂຳເຂືອກຮ້ອນ ອຸບາດຫຼາຍປະການ
ເສນາເຂົາ                       ແຫກເມືອງໜີເຈົ້າ
ເຂົາກໍ ໝາຍເພິ່ງເຈົ້າ               ຍັ້ງຂມ່ອມວຽງຈັນ
ເຂົາກໍ ຂົນຄົວມາ                  ເພິ່ງບຸນຈອມເຈົ້າ
ຊື່ວ່າ ພຍາສົມບໍພິດເຈົ້າ             ແຫກຈາກກາລະສິນ
ວຽນກິນເມືອງ                    ເອກໂທນຈິງແທ້
ເຈົ້າກໍ ມາຢູ່ສ້າງ                  ແທນທີ່ໜອງຫານ
ຊື່ວ່າ ສາກົນນະຄອນ               ແຜ່ນປະຖະພີທາດໃຫຽ່
ແຕ່ນັ້ນ ພຍາພົມເຈົ້າ               ແປງຕາໄປຫຼອກ
ຕົວະຍົວະໃຫ້                    ເມືອງບ້ານຫລົ້ມຫຼວງ ແທ້ແລ້ວ
ມັນກໍ ຂໍດອມເຈົ້າ                 ຍັ້ງຂມ່ອມບາສັກ
ຂ້າຈັກ ເອົາກຳລັງ                 ລ່ວງມາທາງພີ້
ຂ້າຈັກ ໄປຕີຂ້າ                   ຄົນດົງບໍ່ອອກສ່ວຍ ໃຜນັ້ນ
ເອົາເມືອ ຖວາຍແກ່ທູນຂມ່ອມເຈົ້າ     ເປັນຂ້າໃຊ້ສອຍ ແທ້ແລ້ວ
ແຕ່ນັ້ນ ອົງອາດເຈົ້າ               ສເວີຍຣາຊບາສັກ
ເຈົ້າກໍ ຂືນຄຳແຂງ                 ກ່າວໂກທາກ້າ
ອັນວ່າ ໃນເຂດນີ້                  ຕັ້ງແຕ່ດຽວກູ ແທ້ແລ້ວ
ໃຜຫາກ ຍັງຂົ່ມຂັດ                ວ່າຈິງເອົາແທ້
ແຕ່ນັ້ນ ພຍາພົມເຈົ້າ               ຊຳ້ຄອບສອງທີ
ເປັນສັນໃດ                      ກໍບໍ່ຟັງຄຳແລ້ວ
ຂ້າກໍ ບົນບອກໃຫ້                 ຮູ້ເຫດສັນຍາ ສນ່ອຍນັ້ນ
ຢ່າໄດ້ ຂືນຄຳເຄັມ                 ຂົ່ມກັນສັນນັ້ນ
ແຕ່ນັ້ນ ພະບາດເຈົ້າ               ອົງອາດບາສັກ
ເຈົ້າກໍ ໂກທາຂົມ                  ປານໄຟສຸມເອົ້າ
ເຈົ້າກໍ ຈັດບ່າວແກ້ວ               ມາຮີບໂດຍພລັນ
ລົງເຮືອພາຍ                     ຖີບເມືອທູນເຈົ້າ
ເລີຍເລັ່ງເທົ້າ                     ເຖິງທີ່ວຽງຈັນ
ເຈົ້າກໍ ທູນກອນຖວາຍ              ຊູ່ອັນດີຮ້າຍ
ແຕ່ນັ້ນ ຣາຊາໄທ້                 ບິດາຕົນພໍ່
ເຈົ້າກໍ ໃຈໂກດກ້າ                 ຫຼາຍຂໍ້ແຕ່ຫຼັງ
ອັນແຕ່ ໄທສຳ່ນີ້                 ສັງເລົ່າທຳເວນ ດັ່ງນີ້
ກູຊິ ນຳໄປຕີ                     ມຸ່ນວ່າຍປາງນີ້
ຍາມເມື່ອ ເຈົ້າຮອດນັ້ນ             ຜີຫ່າໜູນມາ
ຄົນທັງຫຼາຍ                      ເລົ່າຕາຍເຫຼືອລົ້ນ
ເຈົ້າກໍ ຍັ້ງຢູຫັ້ນ             ຊາມສວ່າງໂພຍໄພ
ພໍປະມານເລີຍ                    ສວ່າງຫາຍເສັຽສ້ຽງ

No comments:

Post a Comment