Chapter 15: Chao Anou and his troops arrived at Khorat.
Chao Anou and his armies arrived at Khorat and was received by the officials. They proposed of relocating the population to Viangchanh fearing that Phomphakdi who was absent from the town would return to punish them thus Chao Anou agreed and gave them swords and rifles for them to carry out the task. Lot of commotion began among the population, the Thai, the Khmer, the Chinese, the Mon as they hastily packing their belonging for evacuation to Viangchanh, some hid their valuables by burying in the yard, some tossed them in the pond.

ຕອນທີ ໑໕: ເຈົ້າອະນຸເດີນທາງເຖິງເມືອງໂຄຣາດ
ແຕ່ນັ້ນ ພະບາດເຈົ້າ ດັ້ນດຸ່ງໂດຍສເດັດ
ຫຼາຍວັນຄືນ ຄ່ຽນຄາວເມືອໜ້າ
ກໍຈຶ່ງ ເຖິງແຫ່ງຫ້ອງ ຄອນຣາດສີມາ
ທັງເມືອງຫລຸ ອອກມາຫາເຈົ້າ
ບົວບາງພ້ອມ ຖວາຍພະອົງທຸກສິ່ງ
ຂໍໃຫ້ ພະໂຜດລ້ຽງ ເປັນຂ້າສ່ວຍຕີນ ແດ່ທ້ອນ
ຄັນວ່າ ອົງປະທານໃຫ້ ສັນໃດຕັດພະໂອດ ມາເທີ້ນ
ຂ້ານ້ອຍ ເຝົ້າທູນຂມ່ອມແກ້ວ ຂໍແຈ້ງຣາຊການ ທ່ຽງແລ້ວ
ຈັກວ່າ ເອົາຄົວຂຶ້ນ ວຽງຈັນຮູ້ວ່າຢູ່ ດີນັ້ນ
ຄັນວ່າ ພະໂຜດໃຫ້ ໃດແທ້ຮ່ວມໂດຍ ຫັ້ນແລ້ວ
ອັນວ່າ ພຍາພົມເຈົ້າ ຫນີເມືອງຄວ້າງຢູ່ ສັນນັ້ນ
ມັນບໍ່ ຮູ້ເຫດກຳ້ ສັງແທ້ທໍ່ໃຍ ພະເອີຍ
ເກງບາດ ມັນຮູ້ແລ້ວ ກັບຕ່າວຄືນມາ ດັ່ງນັ້ນ
ກໍບໍ່ ມີຝີມື ດື້ຊົນມັນໄດ້
ເຜື່ອວ່າ ຢາກຖາງທາງຂຶ້ນ ວຽງຈັນໃຫ້ມັນສວ່າງ ເສັຽນັ້ນ
ເຫຼືອແຕ່ ການເຮັ່ງຮ້ອນ ຫຼາຍຂໍ້ບໍ່ວາຍ ພະເອີຍ
ແຕ່ນັ້ນ ອົງກະສັດເຈົ້າ ປົງປະທານຄົບເຄື່ອງ
ປືນແລະງ້າວ ວາງໃຫ້ຊູ່ອັນ ແທ້ແລ້ວ
ພະກໍ ມີອາດໃຫ້ ກຸມອອກຍັງຄົວ
ສູຈົ່ງ ເມືອວຽງຈັນ ຢ່າເນີນນານແທ້
ເຈົ້າກໍ ຈັດເລັ່ງຟ້າວ ຂົນອອກຍັງຄົວ
ເຂົາກໍ ໂດຍຄຳພະ ແລ່ນເມືອທັງຟ້າວ
ອຸຂລຸກເອົ້າ ເຕັມເມືອງຊີຊວ່າ
ຄອນຣາດກວ້າງ ສຽງໄຫ້ທົ່ວເມືອງ ຫັ້ນແລ້ວ
ຂເມນໄທພ້ອມ ຈີນມອນຟ້າວຟັ່ງ
ເຂົາກໍ ຊຸກເຊື່ອງໄວ້ ຂອງນັ້ນຊູ່ອັນ
ລາງພ່ອງ ຖິ້ມໃສ່ນຳ້ ຈົມຢູ່ໃນສະ ກໍມີ
ລາງພ່ອງ ຝັງໃນດິນ ຈິ່ມເຮືອນແຄມຄຸ້ມ
ເຂົາກໍ ຫລຸຫຼັ່ງຍ້າຍ ຂົນອອກຍັງຄົວ
ເອົາກວຽນຂົນ ອອກມາປານນຳ້
ສາມະນະສັງຄະເຈົ້າ ຊີພາມທຸຂເວດ
ປະວາດຜ້າ ທຳເຈົ້າແຕກຄອງ
ຍາບໆແສ້ ຍິງເຈັ່ຽຊາຍອອງ
ເຂົາກໍ ໄປກອງກັນ ທີ່ແຄມມູນເດັ້ງ
ແຕ່ນັ້ນ ທະຫານເຈົ້າ ເໜືອຫົວຢັ້ງຂມ່ອມ
ປະດັບແຕ່ງຕັ້ງ ວຽງແກ້ວກໍສູງ
ກັບທັງ ຫໍປັນເຈົ້າ ຖວາຍພະອົງສຖິດຈອດ
ຄົບເຄື່ອງລ້ວນ ເລີຍແລ້ວລຳ່ບວນ
ເຈົ້າກໍ ເນົາສຖິດຫ້ອງ ຫໍປັນດູອາດ
ເສເນດລົ້ນ ຣະວັງລ້ອມແຫ່ແຫນ
ທັງສີ່ດ້ານ ຫົວພຍາທັງສີ່
ຢາຍໜ່ວຍຄ້າຍ ວຽງອ້ອມຊູ່ພາຍ
No comments:
Post a Comment