Chapter 20: Chao Vang Hna relocated people from Kalasin to Viangchanh .
Chao Vang Hna brought the people of Kalasin to Viangchanh. This section described the tough journey they made, crossed Phou Phan, lamented their separation from their hometown to unknown place ahead etc. The tattooing team was all executed except one man who was their supervisor. He was spared because of his mother was from Viangchanh. The convoys reached Meuang Hoy-et where they planned to resist the relocation. Chao Vang Hna brought the people of Kalasin to Viangchanh. This section described the tough journey they made, crossed Phou Phan, lamented
ຕອນທີ ໒໐: ເຈົ້າວັງໜ້າວຽງຈັນກວາດຄົວກາລະສິນຂຶ້ນວຽງຈັນ
ແຕ່ນັ້ນ ເຂົາຟ່ັງຟ້າວ ປົບແລ່ນສົນສວ່ານ
ທັງຍິງຊາຍ ຊູ່ຄົນດາຫ້າງ
ງົວຄວາຍພ້ອມ ດາມອງຫ້າງຕ່າງ
ຊ້າງແລະມ້າ ດາຫ້າງໃສ່ຄົວ
ດາດີແລ້ວ ພາກັນຍ້າຍອອກ
ໜີຈາກບ້ານ ເມືອງແທ້ທີ່ຕົນ
ສົນໆແສ້ ສາວຮາມຖືຫາບ
ຍາບໆຂ້າມ ນາກວ້າງທົ່ງພຽງ
ລາງພ່ອງ ອຸ້ມລູກນ້ອຍ ຖືຫາບຈູງຄວາຍ ກໍມີ
ລາງພ່ອງ ຫາມຄົນເຈັບ ປ່ວຍຄາຊຣາຮ້າຍ
ລາງພ່ອງ ເຖົ້າແກ່ຮ້າຍ ຫຼັງກ່ອມຄໍຕົກ
ທຽວທາງແຄມ ນັ່ງລົງເລີຍໃຫ້
ຝູງສາວພີ່ນ້ອງ ໄຫ້ຮຸ່ງຫາເມືອງ
ຊົລທາໄຫລ ຫຼັ່ງລົງຮຳໜ້າ
ອາວອນແທ້ ກາເວົາຮ້ອງຮຳ່ ມາແລ້ວ
ເດືອນສີ່ຄ້ອຍ ເມືອໜ້າຊິບໍ່ເຫັນ ແລນໍ
ໂອນໍ ນັບມື້ໄກເມືອໜ້າ ຄອຍຫາບໍ່ເຫັນບ່ອນ ເສັຽແລ້ວ
ນັບມື້ ອຶດຢາກແທ້ ຂໍເຂົ້າເພິ່ນກິນ ແລນໍ
ໂອນໍ ຄ່ອຍຢູ່ດີເຢີກາລະສິນຫ້ອງ ເມືອງຫຼັງຂອງເກົ່າ ຮຽມເອີຍ
ຂໍໃຫ້ ຄືນຄອບບ້ານ ດອມເຈົ້າເມື່ອລຸນ ແດ່ທ້ອນ
ໃຍ່ໆຜ້າຍ ກາຍເຂດກາລະສິນ
ຫຼາຍວັນຄືນ ຄ່ຽນຄາວເມືອໜ້າ
ຜໍ່ເຫັນ ດົງຫຼວງກວ້າງ ພູພານຣະວັງຢູ່ ພຸ້ນເຢີ
ເລີຍເລົ່າ ທຸຂເວດໂອ້ ຄະນິງໄຫ້ຮຸ່ງຫາ
ຄອຍເມືອກຳ້ ວຽງຈັນຍາວຍິ່ງ
ເຫັນແຕ່ ພູແຜ່ອ້ອມ ຫຼາຍຊັ້ນຊໍ່ຊັນ
ຂຽວຊໍ່ສິ້ວ ຄືເບິ່ງກາງຫາວ
ໄພພະນອມຂວາງ ຊ່ອງຊັນຫຼາຍຊັ້ນ
ຫຼາຍວັນຍ້າຍ ຫຼາຍຄືນຄະຄ່ຽນ
ມື້ສິບມື້ ຈຳໄປ້ຕໍ່ໄປ ຫັ້ນແລ້ວ
ແດດແຮ່ງຮ້ອນ ຂ້າມທົ່ງທົງພະໄທ
ເສໂທໄຫຼ ອາບຟູມຟາຍໜ້າ
ລາງພ່ອງ ຕົກຊ້າງມ້າ ເຕັ້ນຕື່ນທະຍານປົບ
ລາງພ່ອງ ຕົກງົວຄວາຍ ຢຽບຄົນເຟືອນຟື້ນ
ຂົນຄົວຂ້າມ ສັນພູພານດົງຜ່ານ ໄປແລ້ວ
ຄວາຍແລະຊ້າງ ຄົນເຄົ້າຄັ່ງທາງ
ສາວບ່າວໄຫ້ ສຽງນັນດາສນັ່ນ
ລາງພ່ອງ ຄຶດຮອດຊູ້ ໄກໜ້າບໍ່ເຫັນ
ຫຼິງເຫັນ ດວງດອກໄມ້ ບານຈໍ່ຈຳທາງ
ມີທັງ ຈຽງລົມແຂວນ ແຄ່ພູແຊງສ້ອຍ
ຂາວເຫຼືອງລ້ວນ ບຸບຜາບານຊົມຊໍ່
ຝູງໝູ່ ແມງພູ່ເຜິ້ງ ບິນເຈີ້ຍເຈີດຊົມ
ຜໍ່ດູ ພາຍເທິງພຸ້ນ ຜາແດງສຸດພະເນດ
ຄືດັ່ງ ເໝືອຍໝອກກຸ້ມ ຂຽວກົ້ວກ່ອມກັນ
ເຍື້ອນຍາກຍ້າຍ ໄປແຮ່ງໂຣຍແຮງ
ຄະນຶງພາຍຫຼັງ ແຮ່ງສະອອນໃຈເຈົ້າ
ລາງພ່ອງ ເຈັບປ່ວຍໄຂ້ ແຄມທາງໜັກເໝື່ອຍ
ເຊົາຈອດຢັ້ງ ແຄມຫ້ວຍແຄ່ພູ
ເອົາຟົດໄມ້ ຕັ້ງຕູບຕອງນອນ
ຄອນໆຄຶດ ຮຸ່ງຫຼັງຫຼາຍບັ້ນ
ອັນນີ້ ວ່າບ່ອນບັ້ນ ຄົວອອກໜີເມືອງ
ເຂົາກໍ ພາກັນໄປ ຊູ່ວັນຕາມເຈົ້າ
ແຕ່ນັ້ນ ພະບາດເຈົ້າ ສເດັດຈາກກາລະສິນ
ຄຸມກອງສັກ ຜູກໄປຕົງສ້ຽງ
ເຈົ້າກໍ ຟັນເສັຽສ້ຽງ ຍັງແຕ່ນາຍເຂົາ ຫັ້ນແລ້ວ
ເຫດວ່າ ມານດາມັນ ແມ່ນໄທວຽງແທ້
ມັນກໍ ຖວາຍຕົວເຝົ້າ ບາທາຫັຖບາດ
ເຈົ້າກໍ ເລີຍຊຸບລ້ຽງ ມັນໄວ້ບໍ່ຕາຍ ຫັ້ນແລ້ວ
ເຈົ້າກໍ ໄປຢູ່ຕັ້ງ ທັບທີ່ເມືອງຮ້ອຍເອັດ
ຫົວເມືອງເຂົາ ວ່າຊິເລວຈິງແທ້
ເຂົາກໍ ເດົາດາຫ້າງ ແຂງພົນຂນັນຢູ່
ຈັດໄພ່ພ້ອມ ມາແທ້ແດ່ງດາ
No comments:
Post a Comment