Chapter
1
Muang Viangchanh - Describing the city as reigned by King Anouvong with queens, Chao Khampong, and Chao Khamchanh. The city encircled by canal and protected by high city wall with four city gates manned by troops. The cavalry of three thousand elephants, three hundred horses, thirty thousands soldiers and court officials in the vicinity of the royal palace. Music and dance troupe performed all day long for their king and queens. Cit y dwellers traded freely. Temples and stupas were gilded with gold. Signs from Indra - stupas hit by lightning, gusted wind damaged the palace, islands on the Mekong bridged with the riverbank, and earthquake split the city road. Doom was coming.
ຕອນທີ
໑: ເມືອງວຽງຈັນ
ບັດນີ້
ຮຽມຈັກຕາຕອງແຕ້ມ ຕຳນານໄຂອ່ານກ່ອນແລ້ວ
ພ່ໃຫ້ເຫັນເຫດຮ້າຍ
ເມືອງບ້ານວຸ່ນວາຍ ເຈົ້າເອີຍ
ເຜື່ອຈັກຈາໄປກວ້າງ
ກ໋ຍັງຫຼາຍຍາວຍິ່ງ ຈິງແລ້ວ
ຮຽມກ໋
ເວົ້າແຕ່ຂ໋້ ເປັນບັ້ນບ່ອນຮອມ
ແທ້ແລ້ວ
ຟັງເຍີ
ຍິງຊາຍເຖົ້າ ສາວຮາມຂຶ້ນໄຫມ່
ຮຽມເອີຍຫຼອນວ່າ
ຈຳຈື່ໄວ້ເມືອຫນ້າສືບໄປ
ບໍ່ຮູ້ຄັນວ່າຍືນຍາວຫມັ້ນ
ຫຼາຍປີຕັດຕໍ່ໄປນັ້ນ
ເວົ້າພາກພື້ນ
ເຂົານັ້ນຢາກຟັງ ແທ້ແລ້ວ
ຍັງມີນັຄເຣດຫ້ອງ
ຮຽກຊື່ວຽງຈັນ
ປາການສູງ
ແວດຣະວັງແຄມນຳ້
ຫ໋ເກີຍຕັ້ງ
ປະຕູທວານທັງສີ່
ຢາຍຫນ່ວຍປ້ອມ
ຣະວັງໄວ້ຢູ່ສລອນ
ຫ໋ປາງຕັ້ງ
ກາງເມືອງດູອາດ
ຄຳແລະແກ້ວ
ເຮືອງເຂັ້ມຮຸ່ງແສງ
ຍາມເມື່ອລົມພານຕ້ອງ
ສຽງກະດິງດັງມ່ວນ
ຄືດັ່ງຜາສາດແກ້ວ
ເມືອງໄທ້ເທພດິງ ແທ້ແລ້ວ
ຕົນກະສັດໄທ້
ສເວີຍເມືອງເອກຣາດ
ຊື່ວ່າ
ພະອະນຸຣຸທຣາຊເຈົ້າ ບຸນກວ້າງນັ່ງປອງ
ຫັ້ນແລ້ວ
ອັນວ່າເທວີແກ້ວ
ທຽມອົງພະຣາຊ
ຊື່ວ່າ
ຄຳປ້ອງເຈົ້າ ແຝງຂ້າງຝ່າຍຂວາ
ແທ້ແລ້ວ
ອັນວ່າເທວີຊ້າຍ
ຄຳຈັນຫັຖບາດ
ສນົມຫນຸ່ມນ້ອຍ
ພ໋ຮ້ອຍແວດຣະວັງ
ພາຍສານຊ້າງ
ສາມພັນຕົວອາດ
ມ້າມິ່ງຕົ້ນ
ສາມຮ້ອຍເຄື່ອງຄຳ ແທ້ແລ້ວ
ເສນາຊັ້ນ
ອາສາສາມຫມື່ນ
ເຂົານັ້ນຄົນຂນາດກ້າ
ຟັນຂ້າກ໋ບໍ່ຕາຍ ແທ້ແລ້ວ
ມີທັງໄທພວກຟ້ອນ
ຂັບເສບເພັງຣະບຳ
ຫົວທຽມປັກ
ປິ່ນຕີນເມືອຟ້າ
ມົງກຸດແກ້ວ
ສຸບຫົວເຢາະຢ່ອງ
ຄິງກ່ອມຄ້ອມ
ທວຍເຫຼື້ອມແກວ່ງແພນ
ກະສິງໂຂນພ້ອມ
ມະໂຫຣີເປັນຫມູ່
ແອະແອ່ນຟ້ອນ
ຖວາຍເຈົ້າຊູ່ຍາມ
ຟັງຍິນ
ພົນພາດຕ້ອງ ສຽງເສບສວນໄລ ພຸ໊ນເຍີ
ທັງຣະບຳສຽງ
ຂຸ່ຍແຄນເພງໄຄ້
ຫອຍສັງຄ້ອງ
ສົມສຽງກະຈັບປີ່
ຊຸງຕ່ອຍຕ້ອງ
ກົມກົ້ວປີ່ແກ
ຄ້ອງກອງພ້ອມ
ໄຊພາດລັ່ນສຽງ
ສຽງສນັ່ນກ້ອງ
ກົມກົ້ວກ່ອມໃຈ
ໄທຣະບຳເມັງຟ້ອນ
ແກມລະຄອນເຢາະຢອກ
ແຂນໃສ່ມ້າວ
ເທິງສ້ອຍເຄື່ອງຄຳ
ສັງວານກ້ຽວ
ສ າຍສະເອັງສົບສອດ
ຄືດັ່ງ
ອິນແຕ່ງແຕ້ມ ມາແທ້ແຕ່ສວັນ
ກ໋ບໍ່
ມິອາດຢ້ານ ເມືອງອື່ນຫມາຍຜຈົນ
ໄດ້ແລ້ວ
ຢູ່ກະເສີມສຸກ
ໄພ່ໄທທຽວຄ້າ
ຍູທ່າງ
ທຳບຸນສ້າງ ຫຼາຍປະການທຸກສິ່ງ
ວັດກໍ່ຕັ້ງ
ຄຳແກ້ວເຮື່ອເຮືອງ
ແມ່ນວ່າ
ມຫາເຈດີເຈົ້າ ຕຸພນົມຫຼັກໂລກ ເຮົານັ້ນ
ຄຳແຕ່ພື້ນ
ເຖິງເທົ້າຮອດປາຍ ແທ້ແລ້ວ
ຝູງຫມູ່
ຍິງຊາຍພ້ອມ ຍິນດີຊົມຊື່ນ
ລົງລາດຕັ້ງ
ປະສົງຊື້ຈ່າຍຂອງ
ສາວບ່າວເຄົ້າ
ຕໍ່ແຍສວກໃສໃຍ
ທັງວັນຄືນ ບໍ່ນອນຄາວນ້ອຍ
ພ໋ເມື່ອ
ຫມື່ນນານແລ້ວ ສາລະມວນມາຮອດ
ກ໋ຈຶ່ງ
ຂຳເຂືອກຮ້ອນ ຝູງຂ້າໄພ່ພົນ ແທ້ແລ້ວ
ເຫດວ່າ
ເທໂວເຈົ້າ ບັນດົນອຸບາດ ຈິງແລ້ວ
ກ໋ຈຶ່ງ
ບັງເກີດເປັນເຫດຮ້ອນ ສູນເຂົ້າບັນດົນ
ອິນກ໋
ເນຣະມິດໃຫ້ ຫຼາຍສິ່ງນາໆ
ເຜື່ືອວ່າຊາຕາເມືອງ
ເຄື່ອນຄາວຄາດຄ້ອຍ
ແມ່ນວ່າ
ຕຸພນົມເຈົ້າ ເຈດີອົງປະເສີດ ກ໋ດີ
ເຈົ້າກ໋
ບັງເກີດໃຫ້ ເປັນຟ້າຜ່າລົງ ແທ້ແລ້ວ
ອັນຫນຶ່ງ
ດອນຂອນຂວາງ ສົນເຊຂນັນຢູ່ ພາຍພຸ້ນ
ເລີຍເລົ່າ
ຫຍັບເຄື່ອນເຂົ້າ ມາໄກ້ຈິ່ມຈົມ
ອັນຫນຶ່ງ
ດິນເມືອງຫ່າງ ແຕກຫວະເປັນທ້າງ
ປາງຜາສາດເຈົ້າ
ອົງເອກພົງກະສັດ
ລົມພານພັດ
ແປ່ເພທະລາຍມ້າງ
ອັນຫນຶ່ງ
ຫາກແມ່ນອິນທາເຈົ້າ ສັນຍານບົ່ງບອກ ແທ້ແລ້ວ
ເພື່ອໃຫ້ຄຶດສືບໄວ້
ຊູສ້າງຊອ່ຍແຮງ ຫັ້ນແລ້ວ
No comments:
Post a Comment